http://lao.voanews5aitmne6gs2btokcacixclgfl43cv27sirgbauyyjylwpdtqd.onion/a/lao-farmers-face-more-problem-of-high-production-cost-but-low-quality/7110235.html
ໃນປີ 2022 ລາວສົ່ງອອກສິນຄ້າກະສິກຳໄປຕ່າງປະເທດໃນມູນຄ່າລວມ 1,180 ລ້ານໂດລາເພີ່ມຂຶ້ນເຖິງ 40 ເປີເຊັນທຽບໃສ່ປີ 2021 ໃນນີ້ເປັນການສົ່ງອອກພືດ ແລະ ຜະລິດຕະພັນຈາກພືດໃນມູນຄ່າ 1,120 ລ້ານໂດລາສ່ວນການສົ່ງອອກສັດປີກ, ງົວ, ຄວາຍ, ໝູ, ແບ້ ແລະ ແກະນັ້ນມີມູນຄ່າລວມພຽງແຕ່ 53 ລ້ານໂດລາເທົ່ານັ້ນ ເຖິງແມ່ນວ່າລາວຈະໄດ້ໂຄຕ້າການສົ່ງງົວໄປ ຈີນ ເຖິງ 5 ແສນຕົວຕໍ່ປີກໍ່ຕາມ ແຕ່ວ່າລະບົບການລ້ຽງທີ່ຍັງບໍ່ໄດ້ມາດຕະ ຖານດັ່ງກ່າວ ຈຶ່ງເຮັດໃຫ້ບໍ່ສາມາດສົ່ງງົວໄປຈີນໄດ້ຕາມໂຄຕ້າແຕ່ຢ່າງໃດ...